发布作品

    广西成中国汽车出口东盟基地(中老双语)

    中国—东盟博览会头像中国—东盟博览会头像
    中国—东盟博览会2021-03-22

    在广西柳州工业博物馆里,陈列着一辆1984年投放市场的五菱LZ110面包车和一辆1987年生产的五菱LZ1010MC两厢车。这两款车的问世,不仅圆了广西的“造车梦”,也让诞生于广西的五菱品牌成为中国微型车的“元老”之一。

    ຢູ່ຫໍ່ພິພິທະພັນອຸດສາຫະກຳນະຄອນຫຼິວໂຈ່ເຂດກວາງຊີ ໄດ້ວາງສະແດງລົດຕູ້ LZ110 MC ຂອງບໍລິສັດ SGMW ທີ່ລົງສູ່ຕະຫຼາດໃນປີ 1984 ແລະ ລົດ LZ1010MC ຂອງບໍລິສັດ SGMW ທີ່ຜະລິດໃນປີ 1987.ການຜະລິດລົດຍົນສອງລຸ້ນນີ້,ບໍ່ພຽງແຕ່ໄດ້ສຳເລັດຄວາມໃຝ່ຝັນຜະລິດລົດຂອງກວາງຊີ,ຍັງໄດ້ເຮັດໃຫ້ຍີ່ຫໍ້ SGMW ໄດ້ພັດທະນາເປັນໜຶ່ງໃນ“ລົດອາວຸໂສ”ຂອງລົດຕູ້ຂະໜາດນ້ອຍຂອງຈີນ.

    经过30多年的发展,广西已成为中国五大汽车生产基地之一。2020年,产自广西的汽车已“跑”遍东盟,年出口量突破8万辆,“广西造”逐渐成为东盟知名品牌。

    ຜ່ານການພັດທະນາເປັນເວລາ 30 ກວ່າປີ,ກວາງຊີໄດ້ພັດທະນາເປັນໜຶ່ງໃນສູນຜະລິດລົດຍົນຂະໜາດໃຫຍ່ 5 ແຫ່ງຂອງຈີນ.ປີ 2020,ລົດຍົນທີ່ຜະລິດຈາກກວາງຊີໄດ້ສົ່ງໄປຮອດທົ່ວອາຊຽນ,ປະລິມານການຂາອອກຕໍ່ປີໄດ້ບັນລຸເຖິງ 80.000 ຄັນ,“ຜະລິດຕະພັນຂອງກວາງຊີ”ໄດ້ພັດທະນາເປັນຍີ່ຫໍ້ທີ່ມີຊື່ສຽງຢູ່ອາຊຽນເທື່ອລະກ້າວ.

    漫步在东盟国家街头,随处“广西造”汽车的身影。东风柳汽在东盟商用车市场销量和市场占有率已位居中国品牌第二,主要出口至越南、缅甸、菲律宾、老挝、柬埔寨等国家,并且完成了东盟各国销售、服务和配件网络布局,率先为东盟客户提供三包服务。广西汽车集团生产的重汽运力主要出口越南等国。

    ເມື່ອຍ່າງເລາະຕາມຖະໜົນຫົນທາງຢູ່ປະເທດອາຊຽນ,ທ່ານສາມາດພົບເຫັນລົດທີ່ຜະລິດຈາກກວາງຊີທົ່ວທີບ.ປະລິມານການຈຳໜ່າຍ ແລະ ອັດຕາສ່ວນແບ່ງຕະຫຼາດຂອງລົດທີ່ໃຊ້ໃນທຸກລະກິດຢູ່ປະເທດອາຊຽນ ຂອງບໍລິສັດລົດຍົນຫຼິວໂຈ່ໂຕງເຟີງຈໍາກັດ ໄດ້ຢືນຢູ່ອັນດັບສອງຂອງຍີ່ຫໍ້ຈີນ,ສ່ວນຫຼາຍແມ່ນໄດ້ຂາອອກສູ່ປະເທດຫວຽດນາມ, ມຽນມ້າ,ຟິຣິປິນ,ລາວ ແລະກຳປູເຈຍເປັນຕົ້ນ,ພ້ອມໄດ້ສຳເລັດການຈັດສັນໂຄງປະກອບການຈຳໜ່າຍ ການບໍລິການແລະຕາຂ່າຍການສະໜອງອາໄຫຼ່ລົດຢູ່ບັນດາປະເທດອາຊຽນ,ເຊິ່ງໄດ້ສະໜອງການບໍລິການດ້ານສາມຮັບປະກັນ(ກໍຄື ຮັບປະກັນການສອບແປງ ຮັບປະກັນປ່ຽນໃໝ່ຜະລິດຕະພັນ ຮັບປະກັນສົ່ງເງິນຄືນສູ່ລູກຄ້າ)ໃຫ້ແກ່ລູກຄ້າອາຊຽນ.ລົດບັນທຸກທີ່ຜະລິດຈາກກຸ່ມບໍລິສັດລົດຍົນກວາງຊີສ່ວນຫຼາຍແມ່ນຂາຍໄປສູ່ປະເທດຫວຽດນາມ ແລະ ປະເທດຕ່າງໆເປັນຕົ້ນຕໍ.

    2019年,上汽通用五菱印尼公司在开业两年后实现向泰国整车出口。印尼工业部长艾朗卡哈达托认为,上汽通用五菱印尼公司的成立,提升了印尼的汽车产业竞争力。未来希望进一步加强双方在电动汽车领域、扩大出口以及开发5G无人驾驶前沿技术等方面的合作。

    ປີ 2019,ຫຼັງຈາກໄດ້ເປີດການບໍລິການເປັນເວລາສອງປີ, ບໍລິສັດ SGMW ສາຂາອິນໂດເນເຊຍໄດ້ຂາຍລົດຍົນເປັນຄັນໄປສູ່ປະເທດໄທ.ທ່ານ ເອລັງຄະຫະດາໂຕ໌ ລັດຖະມົນຕີກະຊວງອຸດສາຫະກຳອິນໂດເນເຊຍກ່າວວ່າ,ການສ້າງຕັ້ງບໍລິສັດ SGMW ສາຂາອິນໂດເນເຊຍ,ໄດ້ຍົກສູງລະດັບການແຂ່ງຂັນຂອງຂະແໜງການຜະລິດລົດຂອງອິນໂດເນເຊຍ.ຫວັງວ່າໃນອະນາຄົດຈະເພີ່ມທະວີການຮ່ວມມືໃນຂົງເຂດລົດໄຟຟ້າ ຂະຫຍາຍການຂາອອກ ແລະ ຄົ້ນຄວ້າພັດທະນາເຕັກນິກການຂັບຂີ່ແບບ5G ທີ່ບໍ່ໃຊ້ຄົນ ເປັນຕົ້ນ.

    近年来,随着东盟国家开始限制摩托车,新能源电动车及新能源汽车受到关注,市场前景广阔,众多车企抢滩布局广西。

    ປີມໍ່ໆນີ້,ໄປຄຽງຄູ່ກັບປະເທດອາຊຽນໄດ້ເລີ່ມຈຳກັດການນຳໃຊ້ລົດຈັກ,ລົດໄຟຟ້າພະລັງງານໃໝ່ ແລະ ລົດຍົນພະລັງງານໃໝ່ໄດ້ດຶງດູດຄວາມສົນໃຈເປັນຢ່າງຍິ່ງ,ມີຕະຫຼາດທີ່ກວ້າງຂວາງ,ມີວິສາຫະກິດລົດຍົນຫຼາຍແຫ່ງໄດ້ຕັ້ງສຳນັກງານຢູ່ກວາງຊີ.

    当前,广西正加快把南宁、柳州、贵港等地打造成为国内领先的新能源汽车研发制造基地。华奥、腾骏、久久星、荷美等数十家新能源汽车和电动车企业已入驻广西贵港市。以上汽通用五菱汽车公司、东风柳州汽车公司、桂林客车工业集团、广西源正新能源汽车公司、广西玉柴专用汽车公司等为主的新能源汽车整车研发及生产格局已经形成。广西新能源汽车近三年来产销保持成倍增长,增速排中国前列。

    ປັດຈຸບັນ,ກວາງຊີກຳລັງເລັ່ງລັດການພັດທະນາ ນະຄອນໜານໜິງ ນະຄອນຫຼິວໂຈ່ ແລະ ນະຄອນກຸ້ຍກາງໃຫ້ເປັນສູນຄົ້ນຄວ້າແລະ ຜະລິດລົດພະລັງງານໃໝ່ທີ່ມີລະດັບແຖວໜ້າຂອງຈີນ.ມີບໍລິສັດລົດພະລັງງານໃໝ່ ແລະ ວິສາຫະກິດລົດໄຟຟ້າ ຫຼາຍສິບແຫ່ງ ເຊັ່ນ ບໍລິສັດຫົວອ້າວ ບໍລິສັດເຖີງຈູ້ນ ບໍລິສັດຈິວຈິວຊີງ ແລະ ບໍລິສັດເຫີເມີຍເປັນຕົ້ນ ໄດ້ຕັ້ງສຳນັກງານຢູ່ນະຄອນກຸ້ຍກາງເຂດກວາງຊີ.ໂຄງປະກອບການຄົ້ນຄວ້າແລະຜະລິດລົດພະລັງງານໃໝ່ໄດ້ພັດທະນາຂຶ້ນມາ ໂດຍຖື ບໍລິສັດ SGMW,ບໍລິສັດລົດຫຼິວໂຈ່ໂຕງເຟີງ,ກຸ່ມບໍລິສັດອຸດສາຫະກຳລົດໂດຍສານກຸ້ຍຫຼິນ,ບໍລິສັດລົດພະລັງງານໃໝ່ຢວນເຈີ້ງກວາງຊີ ແລະ ບໍລິສັດລົດສະເພາະຢູສາຍກວາງຊີ ເປັນແກນນຳ.ປະລິມານການຈຳໜ່າຍລົດພະລັງງານໃໝ່ກວາງຊີໃນໄລຍະສາມປີຜ່ານມາໄດ້ເພີ່ມຂຶ້ນເປັນເທົ່າ,ຫຈັງວະການເພີ່ມຂຶ້ນໄດ້ຢູ່ອັນດັບແຖວໜ້າຂອງຈີນ.

    来源:中国新闻网、广西北部湾之声

    对话关系30周年|中国—东盟关系的高光时刻

    云上东博会登录

    直接输入云上东博会网址(。

    次阅读
    1评论
    2赞同
    收藏
    分享
    1评论
    2赞同
    收藏
    分享

    评论·0

    头像头像
    提交评论
      加载中…

      热门资讯